ເຖົ້າກະມັກ Lyrics
- Genre:Folk
- Year of Release:2022
Lyrics
ເຖິງເຖົ້າກະເປັນຕາມັກ
ໜ້າຮັກກວ່າສາວອາຍຸ 14
ໂບຮານທ່ານວ່າຄົນເຖົ້າໃຈດີ
ໂອບອ້ອມອາຣີບໍ່ມີໂມໂຫໂທໂສ
ເຖິງເຖົ້າກະບໍ່ເປັນຫຍັງ
ເນື້ອຫນັງມັງສັງຍັງຕຶ່ງເຕັມໂຕ
ສະຕຣີສາວແກ່ຢ່າຟ້າວໂມໂຫ
ຍັງງາມອັກໂຂເໝືອນຄິວໂອພັດຕຣາ
ຢ່າໄປຊາເຂົາ
ເລື່ອງເພງສາວເຖົ້າຈາກສຽງຂອງຈັນທະຣາ
ເຂົາຂຽນເຂົາແຕ່ງເພື່ອຄວາມສຸກສັນຫັນສາ
ສະນຸກເຮຮາບໍ່ໄດ້ຂຽນດ່າໃຜເລີຍ
ເຖິງເຖົ້າກະຂໍປອງມັກ
ເຝົ້າຮັກແມ່ນາງໄວ້ເປັນຄູ່ເຊີຍ
ສາວນ້ອຍມີຢູ່ ບໍ່ສູ້(ສາວ)ເຖົ້າເລີຍ
ຢ່າແກ້ງເມີນເສີຍ ສາວເອີຍສາວເຖົ້າກໍ່ມັກ
ຢ່າໄປຊາເຂົາ
ເລື່ອງເພງສາວເຖົ້າຈາກສຽງຂອງຈັນທະຣາ
ເຂົາຂຽນເຂົາແຕ່ງເພື່ອຄວາມສຸກສັນຫັນສາ
ສະນຸກເຮຮາບໍ່ໄດ້ຂຽນດ່າໃຜເລີຍ
ເຖິງເຖົ້າກະຂໍປອງມັກ
ເຝົ້າຮັກແມ່ນາງໄວ້ເປັນຄູ່ເຊີຍ
ສາວນ້ອຍມີຢູ່ ບໍ່ສູ້(ສາວ)ເຖົ້າເລີຍ
ຢ່າແກ້ງເມີນເສີຍ ສາວເອີຍສາວເຖົ້າກໍ່ມັກ
ເຖິງເຖົ້າກະມັກ ເຖິງເຖົ້າແຫ່ງຄັກ
ເຖິງເຖົ້າກະມັກ ເຖິງເຖົ້າແຫ່ງຄັກ