ຈາກວຽງຈັນ - ປ ຕຣີຈັນ Lyrics
- Genre:Folk
- Year of Release:2022
Lyrics
ໂອ້ວຽງຈັນເອີຍ ຂ້າຂໍລາໄປ
ຝາກຄວາມອາໄລ ຣຶໄທອາວອນ
ຄິດເຖິງແດນດິນ ເຮືອນທີ່ເຄີຍນອນ
ໄດ້ແຕ່ຖອດຖອນ ດວງໃຈ
ເພື່ອນທີ່ຮັກ ຂ້າຈັກຂໍລາ
ຈາກໄປໄກຕາ ແລ້ວຍັງອາໄລ
ເພີ້ເຖິງວັນຄືນ ທີ່ເຄີຍຊື່ນໃຈ
ເວນກັມອັນໃດ ມາພາກຈາກກັນ
ຍາມຄືນວັນເພັນ ເຫັນຈັນເຕັມດວງ
ຂ້ານຶກເປັນຫ່ວງ ໃຝ່ຝັນ
ເພື່ອນເອີຍ ຫາກແມ່ນຄິດເຖິງກັນ
ຂໍໃຫ້ມອງດູຈັນ ເຮົາຄົງພົບກັນໃນດວງຈັນທຣາ
ຈາກວຽງຈັນ ແລະເພື່ອນທີ່ຮັກ
ຈາກຍອດຮັກ ໄປດ້ວຍນໍ້າຕາ
ອ້າຍຕ້ອງຣະທົມ ໝົ່ນໝອງອຸຣາ
ຈາກກັນໄປໄກຕາ ວັນໜ້າຄົງໄດ້ພົບກັນ
ຍາມຄືນວັນເພັນ ເຫັນຈັນເຕັມດວງ
ຂ້ານຶກເປັນຫ່ວງ ໃຝ່ຝັນ
ເພື່ອນເອີຍ ຫາກແມ່ນຄິດເຖິງກັນ
ຂໍໃຫ້ມອງດູຈັນ ເຮົາຄົງພົບກັນໃນດວງຈັນທຣາ
ຈາກວຽງຈັນ ແລະເພື່ອນທີ່ຮັກ
ຈາກຍອດຮັກ ໄປດ້ວຍນໍ້າຕາ
ອ້າຍຕ້ອງຣະທົມ ໝົ່ນໝອງອຸຣາ
ຈາກກັນໄປໄກຕາ ວັນໜ້າຄົງໄດ້ພົບກັນ