ຄອຍຮັກ Lyrics
- Genre:Folk
- Year of Release:2023
Lyrics
ມອງເຫັນອາທິດ ໃກ້ອັດສະດົງ
ຕາວັນຕໍ່າລົງ ຈວນລັບຂອບຟ້າ
ປານນີ້ທີ່ຮັກ ຍັງບໍ່ເຫັນມາ
ນ້ອງເມີນໜີໜ້າ ໄປຢູ່ຫົນໃດ
ທີ່ຮັກ ທີ່ຮັກ ອ້າຍສຸດຄະນຶງ
ອ້າຍສຸດຄິດເຖິງ ນ້ອງແທບຂາດໃຈ
ຄອຍແລ້ວຄອຍແລ້ວຄອຍແກ້ວຂວັນໃຈ
ຫລົງຄອຍເມື່ອໃດ ນ້ອງຈຶ່ງຈະມາ
ການເວລາໝຸນໄປ ໝຸນໄປ ໆ
ກັບອີກໜື່ງດວງໃຈ ທີ່ເຝົ້າຄອຍຫາ
ອີກປານໃດໜໍ ນ້ອງຈຶ່ງຈະມາ
ຈະມາ ຈະມາ ຮັບຂວັນດວງໃຈ
ທີ່ຮັກ ທີ່ຮັກ ອ້າຍສຸດຫ່ວງຫາ
ຢ່າທໍຣະມາ ອ້າຍເລີຍແກ້ວໃຈ
ມາຕິທີ່ຮັກ ມາຢູ່ຊິດໃກ້
ມາຕິດວງໃຈ ອ້າຍຍັງເຝົ້າຄອຍ
ການເວລາໝຸນໄປ ໝຸນໄປ ໆ
ກັບອີກໜື່ງດວງໃຈ ທີ່ເຝົ້າຄອຍຫາ
ອີກປານໃດໜໍ ນ້ອງຈຶ່ງຈະມາ
ຈະມາ ຈະມາ ຮັບຂວັນດວງໃຈ
ທີ່ຮັກ ທີ່ຮັກ ອ້າຍສຸດຫ່ວງຫາ
ຢ່າທໍຣະມາ ອ້າຍເລີຍແກ້ວໃຈ
ມາຕິທີ່ຮັກ ມາຢູ່ຊິດໃກ້
ມາຕິດວງໃຈ ອ້າຍຍັງເຝົ້າຄອຍ