ຈຳປາເມືອງລາວ Lyrics
- Genre:Folk
- Year of Release:2023
Lyrics
ໂອດວງຈຳປາ ເວລາຊົມນ້ອງ
ນຶກເຫັນພັນ(ເຜົ່າພັນ)ຊ່ອງ(ສວຍງາມ)
ມອງເຫັນຫົວໃຈເຮົານຶກຂື້ນໄດ້ໃນກິ່ນເຈົ້າຫອມ
ເຫັນສວນດອກໄມ້ ບິດາປູກໄວ້ຕັ້ງແຕ່ນານມາ
ເວລາ ງວ່ຳ(ຄິດເຖິງ)ເຫງົາ
ເຈົ້າຊ່ວຍບັນເທົາເຮົາຫາຍໂສກາ
ເຈົ້າດວງຈຳປາ ຄູ່ຄຽງເຮົາມາແຕ່ຍາມນ້ອຍເອີຍ
ກິ່ນເຈົ້າສຳຄັນຕິດພັນຫົວໃຈເປັນໜ້າຮັກໃຄ່
ແພງໄວ້ເຊີຍຊົມຍາມເຫງົາເຮົາດົມໂອ້ຈຳປາຫອມ
ເມື່ອດົມກິ່ນເຈົ້າປານພົບຊູ້ເກົ່າທີ່ພາກຈາກໄປ
ເຈົ້າເປັນດອກໄມ້ທີ່ງາມວິໄລຕັ້ງແຕ່ໃດມາ
ເຈົ້າດວງຈຳປາມາລາຂວັນຮັກຂອງຮຽມ(ຂ້ອຍ)ນີ້ເອີຍ
ໂອ້ດວງຈຳປາບຸບຜາເມືອງລາວງາມດັ່ງດວງດາວ
ຊາວລາວເພີງໃຈເກີດຢູ່ພາຍໃນແດນດິນລ້ານຊ້າງ
ຖ້າໄດ້ພັດພາກ ເນຣະເທດຈາກບ້ານເກີດເມືອງນອນ
ເຮົາຈະເອົາເຈົ້າເປັນເພື່ອນຮ່ວມເງົາເທົ່າສິ້ນຊີວາ
ເຈົ້າດວງຈຳປາມາລາງາມຍິ່ງມິ່ງເມືອງລາວເອີຍ
ຈຳປາເມືອງລາວ
ເປັນບົດເພງປະພັນເນື້ອໂດຍ ມະຫາພູມີ ຈິດຕະພົງ
ໃສ່ທຳນອງໂດຍ ທ່ານ ອຸດຕະມະ ຈຸລາມະນີ