ຮັກເຄີ່ງທາງ - Anoulom Anoulack Lyrics
- Genre:Pop
- Year of Release:2022
Lyrics
ບໍ່ເຄີຍຈະຄິດວ່ານ້ອງນັ້ນຈະປ່ຽນໄປ
ແມ້ນໄກແສນໄກອ້າຍຍັງສົ່ງໃຈໄປຫາ
ສະໝ່ຳສະເໝີຈົດໝາຍສົ່ງຂ່າວຝາກມາ
ທຸກສັບປະດາຍັງໂທຣະສັບເຖິງກັນ
ບໍ່ເຄີຍຈະຄິດວ່ານ້ອງໃຈງ່າຍຢ່າງນີ້
ຫ່າງກັນສອງປີຄົນດີກໍ່ປ່ຽນແປຜັນ
ຫລອກໃຫ້ຫລົງຄອຍໃຈລອຍມາດ່ວນລືມກັນ
ເງີນນັ້ນສຳຄັນທຳໃຫ້ຮັກເຮົານັ້ນສະຫລາຍ
ຈົດໝາຍສະບັບສຸດທ້າຍສົ່ງມາ
ອ່ານດ້ວຍນ້ຳຕາເປັນບັດເຊີນວິວາແກ້ວໃຈ
ຫລັບຕາພາວະນາໃຫ້ເປັນຝັນໄປ
ແຕ່ກໍ່ຈົນໃຈຄວາມຈິງບໍ່ອາດຫລີກພົ້ນ
ໂປຣດຈົ່ງສຸກຂີຂໍຝາກເພງນີ້ອວຍພອນ
ຊົ່ວນິຣັນດອນຂໍດວງສະໝອນສຸກລົ້ນ
ຊາດໜ້າມີຈິງກັບມາເປັຍຍອດຍິງອີກຫົນ
ຊາດນີ້ຈຳທົນຮັກກັນໄດ້ພຽງເຄີ່ງທາງ
ຈົດໝາຍສະບັບສຸດທ້າຍສົ່ງມາ
ອ່ານດ້ວຍນ້ຳຕາເປັນບັດເຊີນວິວາແກ້ວໃຈ
ຫລັບຕາພາວະນາໃຫ້ເປັນຝັນໄປ
ແຕ່ກໍ່ຈົນໃຈຄວາມຈິງບໍ່ອາດຫລີກພົ້ນ
ໂປຣດຈົ່ງສຸກຂີຂໍຝາກເພງນີ້ອວຍພອນ
ຊົ່ວນິຣັນດອນຂໍດວງສະໝອນສຸກລົ້ນ
ຊາດໜ້າມີຈິງກັບມາເປັຍຍອດຍິງອີກຫົນ
ຊາດນີ້ຈຳທົນຮັກກັນໄດ້ພຽງເຄີ່ງທາງ