ນາງທີ່ຮັກ Lyrics
- Genre:Pop
- Year of Release:2022
Lyrics
ນາງທີ່ຮັກ ຜົນງານການປະພັນ ອຈ ແກ້ວ ສີລາວົງ
ນາງປານນີ້ເຈົ້າຢູ່ຫົນໃດ
ເຈົ້າຄົງນອນເພີ້ຫລັບໃຫລ
ຫລືວ່ານັ່ງລົມໃຜຢູ່
ນ້ອງນາງເຈົ້າຄົງບໍ່ຮູ້
ເຈົ້າຄົງບໍ່ຮູ້ວ່າອ້າຍຄວນຫາ
ນາງປານນີ້ເຈົ້າຢູ່ຫົນໃດ
ເຈົ້າຄົງສົດຊື່ນແຈ່ມໃສ
ຫລືວ່າເສົ້າໂສກໂສກາ
ຫົວໃຈ ອ້າຍຍັງຄວນຫາ
ອ້າຍຍັງຮຽກຫານາງທຸກນາທີ
ເຈົ້າຢູ່ຫົນໃດຄົນດີເຈົ້າຢູ່ຫົນໃດ
ໂສກຕຣົມໝອງໄໝ້ ຫລືນາງສຸກສົມຣຶດີ
ສຸດທີ່ຮັກເອີຍ ເມື່ອຍາມຄຳຄືນຢ່າງນີ້
ສຸດໂສກີ ສຸດອາລັຍ
ນາງຄົນດຽວອ້າຍຮັກລົ້ນຊວງ
ຄົນດຽວທີ່ອ້າຍເຝົ້າຫວງ
ຖະໜອມມິເຄີຍແໜງໜ່າຍ
ຮັກນາງດັ່ງນຶ່ງດວງໃຈ
ຍິ່ງກວ່າອື່ນໃດໃນໂລກນີ້ເອີຍ