
ຄົນເກົ່າ (khon kao) Lyrics
- Genre:Acoustic
- Year of Release:2017
Lyrics
ແກ້ວຕາຄົນດີ
ເຈົ້າເປັນຈັ່ງໃດແລ້ວ
ສົ່ງຄວາມຝັນມາຫາ
ມາດທ່າກິລິຍາ
ຂ້ອຍຈື່ຈໍາໄດ້ດີ
ແຕ່ປະເພນີເຮົາມັນຕ່າງກັນ
ຖ້າວ່າໃຈຂອງເຈົ້າຍັງບໍ່ລືມຄົນເກົ່າ
ສາຍຕາຂອງຂ້ອຍຍັງຄົງນຶກຖຶງພາບເກົ່າ
ເຈົ້າຕ້ອງເປີດໃຈ ຖ້າຈະມີຄົນເກົ່າ
ມັນເປັນໄປບໍ່ໄດ້ ເຮົາເປັນພຽງເລື່ອງເກົ່າ
ໃບຫນ້າທີ່ແສນອ່ອນ ເຮັດໃຫ້ນອນຄິດຖຶງ
ແຕ່ວ່າໃຈບອກໄປ ວ່າເຈົ້າເປັນພຽງດອກໄມ້
ນຶກຖຶງວັນເກົ່າໆ ທີ່ເຮົາໄດ້ພົບກັນ
ລຶກຊຶ້ງເລື່ອງຂອງເຮົາ ຂ້ອຍຫລົງຜິດທີ່ພົບເຈົ້າ
ຖ້າວ່າໃຈຂອງເຈົ້າ ຍັງບໍ່ລືມຄົນເກົ່າ
ສາຍຕາຂອງຂ້ອຍ ຍັງຄົງນຶກຖຶງພາບເກົ່າ
ເຈົ້າຕ້ອງເປີດໃຈ ຖ້າຈະມີຄົນເກົ່າ
ມັນເປັນໄປບໍ່ໄດ້ ເຮົາເປັນພຽງເລື່ອງເກົ່າ
ເຮົາເປັນພຽງເລື່ອງເກົ່າ
ຂ້ອຍເປັນພຽງຄົນເກົ່າ